ຂອບເຂດຮັບຜິດຊອບ

 
 
 ກໍລະນີຄວາມຜິດພາດຈາກບໍລິສັດ ດວ້ຍຄວາມຜິດຂອງຕົວບໍລິສັດທີ່ສາມາດພິສູດໄດ້
 ພະນັກງານ (ທີມງານ) ເປັນຜູ້ເຮັດໃຫ້ເກີດຄວາມເສຍຫາຍໂດຍກົງທີ່ສາມາດພິສູດໄດ້ ວ່າສາເຫດຄວາມເສຍຫາຍນັ້ນມາຈາກພະນັກງານເຊັ່ນ ຈົງໃຈລັກ ຫຼື ຕັ້ງໃຈ ໂດຍມີເຈດຕະນາທຳລາຍສິນຄ້າເພື່ອໃຫ້ເກີດຄວາມເສຍຫາຍໂດຍມີເຈດຕະນາທຳລາຍ ຂີ້ລັກ ທຳລາຍສິນຄ້າໂດຍກົງຈົນເສຍຫາຍໃຊ້ງານບໍ່ໄດ້ ຫຼື ຕັ້ງໃຈເຮັດໃຫ້ເກີດເຫດການໃດໆ ທີ່ເປັນສາເຫດໃຫ້ສິນຄ້າເສຍ ‘ແຕ່ຫາກເກີດເຈດຕະນາດີ ເຮັດໄປເພື່ອເປັນການຮັກສາ ປ້ອງກັນດ້ວຍເຈດຕະນາດີ ສ່ວນນີ້ແມ່ນການເຮັດວຽກດວ້ຍຄວາມຕັ້ງໃຈຢ່າງສຸດຄວາມສາມາດທີ່ບໍລິສັດເຮັດໃຫ້ ບໍ່ຖືວ່າເປັນເຈດຕະນາທຳລາຍສິນຄ້າແຕ່ຢ່າງໃດ”
 ເຫດການຄວາມຜິດພາດທີ່ເປັນຄວາມຕັ້ງໃຈ ຄວາມຜິດພາດທີ່ບໍລິສັດຈົງໃຈ ຫຼື ມີສ່ວນຮ່ວມໂດຍເຈດຕະນາ ໃຫ້ເສຍຫາຍ ຕົກເຮ່ຍ.

** ບໍລິສັດຮັບຜິດຊອບຈຳນວນລາຄາເຕັມຂອງລາຄາຂົນສົ່ງຕາມນ້ຳໜັກທີ່ລູກຄ້າຈ່າຍ ແລະ ລາຄາສິນຄ້າ ໂດຍມູນຄ່າຂອງລາຄາສິນຄ້າບໍ່ເກີນ 10,000 ບາດ ເທົ່ານັ້ນ ຮັບຜິດຊອບຕາມລາຄາ ອິນວອຍ ເທົ່ານັ້ນ ບໍ່ແມ່ນລາຄາທີ່ລູກຄ້ານຳ  ມາຂາຍ (ການຮັບຜິດຊອບລາຄາສິນຄ້າຫາກລູກຄ້າໄດ້ຮັບສິນຄ້າໄປແລ້ວ ຈະຕອ້ງໄດ້ສົ່ງສິນຄ້າຄືນໃຫ້ບໍລິສັດທຸກກໍລະນີ) **
 
***ການສົ່ງຄືນຄ່າສົ່ງ ຈະສົ່ງຄືນເປັນເຄຣດີດສຳລັບການສົ່ງສິນຄ້າກັບທາງເຮົາເທົ່ານັ້ນ ບໍ່ມີນະໂຍບາຍສົ່ງຄືນເປັນເງິນໃຫ້ທຸກກໍລະນີ***

 ກໍລະນີຄວາມເສຍຫາຍເກີດເຫດການທີ່ບໍ່ສາມາດຄາດການໄດ້ ແລະ ບໍ່ແມ່ນຄວາມຜິດໂດຍກົງຈາກບໍລິສັດ.
2.1 ຈາກເຫດການ ສະຖານະການໂລກລະບາດ ໄພພິບັດ ໄພສັງຄົມ ເຫດການຮຸນແຮງທາງການເມືອງສົງຄາມ ເຮືອບິນຕົກ ໄພທຳມະຊາດ ອຸທົກກະໄພ ສະຖານະການທີ່ຄວບຄຸມບໍ່ໄດ້ກະທັນຫັນ
 ຫາກສິນຄ້າເກີດຄວາມລ່າຊ້າເກີນ 6 ເດືອນ ບໍລິສັດຕອ້ງຂໍອາໄພໃນຄວາມບໍ່ສະດວກ ບໍລິສັດຈະສົ່ງຄືນຄ່າຂົນສົ່ງຕາມນ້ຳໝັກທີ່ລູກຄ້າຈ່າຍທາງເຮົາມາ ຄືນໃຫ້ 50% ຂອງຍອດຕົວຈິງ ແຕ່ບໍ່ສາມາດຮັບຜິດຊອບລາຄາສິນຄ້າທີ່ ເກີດຈາກຄວາມລ່າຊ້າ ຍອ້ນເຫດການ 2.1 (ກໍລະນີນີ້ຄືລູກຄ້າໄດ້ຮັບສິນຄ້າຄົບຖວ້ນສົມບູນ)
 ຫາກສິນຄ້າເກີດຄວາມລ່າຊ້າເກີນ 6 ເດືອນ ສິນຄ້າເກີດຄວາມເສຍຫາຍ ລູກຄ້າບໍ່ໄດ້ຮັບສິນຄ້າ ທາງບໍລິສັດຈະສົ່ງຄືນຄ່າຂົນສົ່ງຕາມນ້ຳໜັກທີ່ລູກຄ້າຈ່າຍທາງເຮົາມາໃຫ້ 100% ແລະ ຮັບຜິດຊອບຄ່າຂົນສົ່ງສິນຄ້າໃຫ້ ລາຄາຕາມອີນວອຍ ເທົ່ານັ້ນ.
2.2 ເຫດການທີ່ີມີລູກຄ້າທ່ານອື່ນໆລັກສົ່ງສິນຄ້າ ຕອ້ງຫ້າມຮຸນແຮງ ເຮັດໃຫ້ບໍລິສັດລ່າຊ້າ ຫຼື ມີບັນຫາ ໂດຍທີ່ທາງບໍລິສັດກວດສອບຢ່າງລະມັດລະວັງແຕ່ທາງເຮົາບໍ່ຮູ້ ແລະ ເກີດເຫດສຸກເສີນ.
*ກໍລະນີ 2.2 ບໍລິສັດຈະຕິດຕາມເອົາຄວາມຜິດ ຕໍ່ຜູ້ກະທຳຄວາມຜິດໃຫ້ເຖີງທີ່ສຸດ
 ຖ້າຫາກສິນຄ້າລ່າຊ້າຈາກເຫດການຕາມ 2.2 ໄລຍະເວລາເກີນ 6 ເດືອນ ບໍລິສັດສົ່ງຄືນຄ່າຂົນສົ່ງຕາມນ້ຳໜັກໃຫ້ 50%
 ຖ້າຫາກສິນຄ້າຕົກເຮ່ຍຈາກເຫດການ 2.2 (ແລະ ສິນຄ້າຂອງລູກຄ້າຖືກຕອ້ງຕາມທີ່ແຈ້ງບໍລິສັດ ມີເອກກະສານອິນວອຍອ້າງອີງ) ບໍລິສັດສົ່ງຄືນຄ່າຂົນສົ່ງຕາມນ້ຳໜັກໃຫ້ 100% ແຈກຄູປອງຫຼຸດລາຄາສຳລັບການສົ່ງສິນຄ້າໃນງວດຕໍ່ໄປບໍ່ເກີນ 5,000 ບາດ.
 
***ການສົ່ງຄືນຄ່າສົ່ງ ຈະສົ່ງຄືນເປັນເຄຣດີດສຳລັບການສົ່ງສິນຄ້າກັບທາງເຮົາເທົ່ານັ້ນ ບໍ່ມີນະໂຍບາຍສົ່ງຄືນເປັນເງິນໃຫ້ທຸກກໍລະນີ***

 ກໍລະນີຜິດພາດເກີດຈາກ
 ບໍລິສັດຂົນສົ່ງອື່ນມາທາງບໍລິສັດ
 ຈາກການແພັກສິນຄ້າຂອງບໍລິສັດອື່ນມາທາງບໍລິສັດ
 ຈາກສົ່ງສິນຄ້າໂດຍບໍ່ແຈ້ງກ່ອນ
 ສິນຄ້າເປັນນ້ຳ ຖ້າວ່າສິນຄ້າເປັນນ້ຳ ແລະ ແຕກ ຫຼື ເຮ່ຍໃສ່ລູກຄ້າທ່ານອື່ນ (ລູກຄ້າຕອ້ງຈ່າຍຮັບຜິດຊອບລູກຄ້າທ່ານອື່ນໂດຍກົງທຸກກໍລະນີ)
 ສິນຄ້າທີ່ສົ່ງໄດ້ແຕ່ບໍ່ຢູ່ໃນເງື່ອນໄຂການຮັບປະກັນ
 ລູກຄ້າສົ່ງສິນຄ້າຜິດປົກກະຕິໂດຍບໍ່ໄດ້ຮັບອະນຸຍາດຂົນສົ່ງຈາກທາງບໍລິສັດ
 ລູກຄ້າຕັ້ງໃຈລັກສົ່ງສິນຄ້າຕອ້ງຫ້າມ
** ບໍລິສັດບໍ່ຮັບຜິດຊອບໃດໆ ແລະ ລູກຄ້າຕອ້ງຈ່າຍຄ່າຂົນສົ່ງກັບທາງບໍລິສັດພ້ອມຄວາມເສຍຫາຍທີ່ເກີດຂື້ນທຸກກໍລະນີ **

 ກໍລະນີສິນຄ້າເສຍຫາຍໃນປະເທດ.
4.1 ເຫດເກີດຈາກລະບົບຂົນສົ່ງຢູ່ໄທ (ຂົນສົ່ງເອກກະຊົນ) ທາງບໍລິສັດຊ່ວຍເຫຼືອເລື່ອງຂອງການຕິດຕາມສິນຄ້າ ແລະ ປະສານງານໃຫ້ ແຕ່ຄວາມຮັບຜິດຊອບຂື້ນຢູ່ກັບບໍລິສັດຂົນສົ່ງຢູ່ໄທນັ້ນໆ ເທົ່ານັ້ນ
4.2 ເຫດເກີດຈາກຂົນສົ່ງຢູ່ໄທໂດຍບໍລິສັດ (ຄົນຂັບລົດສົ່ງເຄື່ອງຂອງທາງບໍລິສັດຈັດຫາໃຫ້) ຖ້າເປັນຍອດອຸປະຕິເຫດໃດໆ ຄວາມຮັບຜິດຊອບບໍ່ເກີນ 5,000 ບາດ ຄືກັນກັບບໍລິສັດຂົນສົ່ງທົ່ວໄປ

** ໝາຍເຫດ ການມີສິດຍົກເລີກ
1. ກໍລະນີລູກຄ້າ ເຮັດເກີນກວ່າເຫດ ເຊັ່ນ: ລູກຄ້າເປັນພໍ່ຄ້າແມ່ຄ້າ ຫຼື ເປັນເຊວບໍ່ແຈ້ງໃຫ້ມີການທຳຄວາມເຂົ້າໃຈຕໍ່ລູກຄ້າ (ທີ່ຊື້ສິນຄ້າ) ເຖີງໄລຍະເວລາ ຄວາມສ່ຽງ ຂໍ້ຕົກລົງຕ່າງໆ ເປັນເຫດໃຫ້ບໍລິສັດເດືອດຮອ້ນ ທາງບໍລິສັດຂໍຍົກເລີກ ການຂົນສົ່ງທຸກຊ່ອງທາງໂດຍບໍ່ມີຂໍ້ແມ້ໃດໆ
2. ລູກຄ້າເຮັດຜິດກົດຂອງບໍລິສັດ
3. ຫ້າມໄລ້ສົດ ກ່າວເຖີງທຸກກໍລະນີ
 
 ເງື່ອນໄຂການສົ່ງຄືນສິນຄ້າ
 
  ຫາກລູກຄ້າໄດ້ຮັບສິນຄ້າບໍ່ຄົບຖ້ວນຕາມຈຳນວນ ລູກຄ້າຈະຕ້ອງແຈ້ງທາງເຮົາທັນທີພາຍໃນ 24 ຊົ່ວໂມງຫຼັງຈາກໄດ້ຮັບສິນຄ້າ ໂດຍຈະອ້າງອີງເວລາຕາມທີ່ ແທຣັກກີ້ງ ແຈ້ງວ່າຈັດສົ່ງສິນຄ້ຳສຳເລັດ ແລະ ຈະຕອ້ງມີຄຣິບວີດີໂອຕອນເປີດກ່ອງເພື່ອເປັນຫຼັກຖານອ້າງອີງເທົ່ານັ້ນ
 
  ຫາກສິນຄ້າທີ່ລູກຄ້າໄດ້ຮັບເກີດຄວາມເສຍຫາຍ “ ກໍລະນີຄວາມຜິດພາດຈາກບໍລິສັດ ດວ້ຍຄວາມຜິດຂອງຕົວບໍລິສັດທີ່ສາມາດພິສູດໄດ້” ຕາມຂໍ້ທີ 1 ບໍລິສັດຍິນດີຮັບຜິດຊອບຈຳນວນລາຄາເຕັມຂອງລາຄາຄ່າຂົນສົ່ງຕາມນ້ຳໜັກທີ່ລູກຄ້າຈ່າຍ ແລະ ລາຄາສິນຄ້າ ໂດຍມູນຄ່າຂອງລາຄາສິນຄ້າບໍ່ເກີນ 10,000 ບາດເທົ່ານັ້ນ ຮັບຜິດຊອບຕາມລາຄາອິນວອຍ ເທົ່ານັ້ນ (ບໍ່ແມ່ນລາຄາທີ່ລູກຄ້ານຳມາຂາຍ) ແລະ ລູກຄ້າຈະຕອ້ງໄດ້ສົ່ງສິນຄ້າຄືນໃຫ້ແກ່ບໍລິສັດທຸກກໍລະນີ.
 
 
  ເງື່ອນໄຂການຊຳລະເງິນຄ່າບໍລິການຂົນສົ່ງ
 
ລູກຄ້າສາມາດຊຳລະຄ່າຂົນສົ່ງໄດ້ທັນທີຫຼັງປິດງວດນັ້ນໆ ຫຼື ຊຳລະເມື່ອສິນຄ້າມາຮອດໄທ ໂດຍຕອ້ງຊຳລະພາຍໃນ 48 ຊົ່ວໂມງ ຫຼັງຈາກທີ່ແອດມິນແຈ້ງຮຽກເກັບ

**ໝາຍເຫດ***
ຫາກລູກຄ້າມີການຊຳລະຄ່າຂົນສົ່ງຊັກຊ້າ ເກີນກຳນົດຕາມເງື່ອນໄຂ ຈະມີຄ່າບໍລິການຄັງສາງເຄື່ອງຮຽນກເກັບເປັນລາຍວັນ ມື້ລະ 500 ບາດ ( ເນື່ອງຈາກທາງເຮົາມີການຈ້າງຜູ້ຮັກສາຄັງສາງເຄື່ອງ ຈີ່ງຈຳເປັນຕ້ອງຮຽກເກັບຄ່າປັບ)
Powered by MakeWebEasy.com